收聽TAIY AKARD的ສາລາ歌詞歌曲

ສາລາ

TAIY AKARD2020年10月2日

ສາລາ 歌詞

ຊີວິດຂ້ອຍເໝືອນກັບຕູບໄມ້

ປະໄວ້ແຄມທາງຄອຍຄົນຜ່ານມາ

ບາງຄົນກໍ່ຮ້ອງວ່າສາລາ

ເວົາໄວ້ພັກພາບັນເທົາຫົວໃຈ

ພໍຮູ້ສຶກດີ ແລ້ວເຂົາກໍ່ຈະໄປ

ບໍ່ເຄີຍມີໃຜຢາກຢຸດຢູ່ດ້ອຍກັນ

ສາລາກໍ່ຍັງເປັນສາລາ

ມີພຽງຄົນຜ່ານມາ

ພັກພາສາລາ

ແລ້ວບໍ່ນານກໍ່ຈະໄປ

ສາລາກໍ່ຍັງເປັນສາລາ

ມີບໍ່ຄົນຜ່ານມາຈະເອົາສາລາ

ກັບໄປແຕ່ງເປັນບ້ານໃນຝັນ

ຫຼືມີພຽງເລື່ອງລາວໃນຝັນ

ຄົນທີ່ວ່າຮັກກັນດ້ວຍຫົວໃຈ

ເຖິງຈະເປັນແຕ່ພຽງຕູບໄມ້

ແຕ່ຖ້າໄດ້ຮັກໃຜກໍ່ຮັກຈິງ

ແຕ່ພໍຮູ້ສຶກດີ ແລ້ວເຂົາກໍ່ຈະໄປ

ບໍ່ເຄີຍມີໃຜຢາກຢຸດຢູ່ດ້ອຍກັນ

ສາລາກໍ່ຍັງເປັນສາລາ

ມີພຽງຄົນຜ່ານມາ

ພັກພາສາລາ

ແລ້ວບໍ່ນານກໍ່ຈະໄປ

ສາລາກໍ່ຍັງເປັນສາລາ

ມີບໍ່ຄົນຜ່ານມາຈະເອົາສາລາ

ກັບໄປແຕ່ງເປັນບ້ານໃນຝັນ

ມີຈັກຄົນຢູ່ບໍ່ທີ່ຈະຮັກກັນຈິງ

ບໍ່ຖິ້ມກັນໄປມີໃໝ່

ແລະມີຈັກຄົນຢູ່ບໍ່ທີ່ຈະຮັກກັນ

ບໍ່ຖິ້ມກັນໄປ

ສາລາກໍ່ຍັງເປັນສາລາ

ມີພຽງຄົນຜ່ານມາ

ພັກພາສາລາ

ແລ້ວບໍ່ນານກໍ່ຈະໄປ

ສາລາກໍ່ຍັງເປັນສາລາ

ມີບໍ່ຄົນຜ່ານມາຈະເອົາສາລາ

ກັບໄປແຕ່ງເປັນບ້ານໃນຝັນ

ສາລາກໍ່ຍັງເປັນສາລາ

ມີພຽງຄົນຜ່ານມາ(ຫາ)

ພັກພາສາລາ

ແລ້ວບໍ່ນານກໍ່ຈະໄປ

ສາລາກໍ່ຍັງເປັນສາລາ

ມີບໍ່ຄົນຜ່ານມາຈະເອົາສາລາ

ກັບໄປແຕ່ງເປັນບ້ານໃນຝັນ

ສາລາກໍ່ຍັງເປັນສາລາ

ມີພຽງຄົນຜ່ານມາ

ໄດ້ເປັນພຽງສາລາ

ເຂົາຜ່ານມາແລ້ວຜ່ານໄປ

ສາລາກໍ່ຍັງເປັນສາລາ

ມີບໍ່ຄົນຜ່ານມາຈະເອົາສາລາ

 

ກັບໄປແຕ່ງເປັນບ້ານໃນຝັນ