เนื้อเพลง ພາບເຄື່ອນໄຫວ
ເພງ: ພາບເຄື່ອນໄຫວ
ສິລະປີນ: TAIY AKARD, Olar Blackeyes
ເນື້ອຮ້ອງ/ທຳນອງ: ຕ່າຍ ອາກາດ
ເຮົາຈົບກັນຕັ້ງດົນແລ້ວ
ຈົນຂ້ອຍມີຄົນໃໝ່ແລ້ວ
ຄົນໃໝ່ກໍ່ດີທຸກຢ່າງເຂົາຮັກຂ້ອຍທຸກທາງ
ເຂົາເປັນຄົນດີແບບທີ່ຂ້ອຍໄຝຝັນ
ແຕ່ເຂົາຄືພາບເຄື່ອນໄຫວເຈົ້າ
ເປັນເງົາສະທ້ອນໃຫ້ຂ້ອຍຄິດເຖິງເຈົ້າທຸກວັນ
ພາບເລື່ອງລາວເກົ່າໆທີ່ເຮົາເຄີຍຢູ່ຮ່ວມກັນ
ມັນຫວນກັບມາຢູ່ໃນໃຈຂ້ອຍອີກຄັ້ງ
ເປັນຫຍັງຂ້ອຍຈື່ງບໍ່ລືມເຈົ້າ
ຍັງຄິດເຖິງເຈົ້າທັງທີ່ຂ້ອຍມີເຂົາຄຽງຂ້າງກັນ
ເຂົາທຳສິ່ງໃດກໍ່ເປັນເຈົ້າທັງນັ້ນ
ເຂົາດູແລຂ້ອຍດີກ່ວາເຈົ້າດ້ວຍຊ້ຳ
ແຕ່ຂ້ອຍກໍ່ຍັງບໍ່ລືມເຈົ້າ
ສັບສົນວົນວາຍບໍ່ເຂົ້າໃຈຕົວເອງເໝືອນກັນ
ຫຼືມີສີ່ງໃດຕິດຢູ່ໃນຄວາມຊົງຈຳ
ທີ່ຂ້ອຍບໍ່ອາດລົບມັນອອກໄປ
ຂ້ອຍກໍ່ຮັກເຂົາແລະກໍ່ຍັງມີເຂົາ
ຍັງດູແລໃສ່ໃຈໃຫ້ຄວາມຫ່ວງໃຍ
ເຂົາເປັນຄົນພິເສດຂອງຫົວໃຈ
ແຕ່ເຂົາຄືພາບເຄື່ອນໄຫວເຈົ້າ
ເປັນເງົາສະທ້ອນໃຫ້ຂ້ອຍຄິດເຖິງເຈົ້າທຸກວັນ
ພາບເລື່ອງລາວເກົ່າໆທີ່ເຮົາເຄີຍຢູ່ຮ່ວມກັນ
ມັນຫວນກັບມາຢູ່ໃນໃຈຂ້ອຍອີກຄັ້ງ
ເປັນຫຍັງຂ້ອຍຈື່ງບໍ່ລືມເຈົ້າ
ຍັງຄິດເຖິງເຈົ້າທັງທີ່ຂ້ອຍມີເຂົາຄຽງຂ້າງກັນ
ເຂົາທຳສິ່ງໃດກໍ່ເປັນເຈົ້າທັງນັ້ນ
ເຂົາດູແລຂ້ອຍດີກ່ວາເຈົ້າດ້ວຍຊ້ຳ
ແຕ່ຂ້ອຍກໍ່ຍັງບໍ່ລືມເຈົ້າ
ສັບສົນວົນວາຍບໍ່ເຂົ້າໃຈຕົວເອງເໝືອນກັນ
ຫຼືມີສີ່ງໃດຕິດຢູ່ໃນຄວາມຊົງຈຳ
ທີ່ຂ້ອຍບໍ່ອາດລົບມັນອອກໄປ
ເປັນຫຍັງຂ້ອຍຈື່ງບໍ່ລືມເຈົ້າ
ຍັງຄິດເຖິງເຈົ້າທັງທີ່ຂ້ອຍມີເຂົາຄຽງຂ້າງກັນ
ເຂົາທຳສິ່ງໃດກໍ່ເປັນເຈົ້າທັງນັ້ນ
ເຂົາດູແລຂ້ອຍດີກ່ວາເຈົ້າດ້ວຍຊ້ຳ
ແຕ່ຂ້ອຍກໍ່ຍັງບໍ່ລືມເຈົ້າ
ສັບສົນວົນວາຍບໍ່ເຂົ້າໃຈຕົວເອງເໝືອນກັນ
ຫຼືມີສີ່ງໃດຕິດຢູ່ໃນຄວາມຊົງຈຳ
ທີ່ຂ້ອຍບໍ່ອາດລົບມັນອອກໄປ
ຫຼືມີສີ່ງໃດຕິດຢູ່ໃນຄວາມຊົງຈຳ
ທີ່ຂ້ອຍບໍ່ອາດລົບມັນອອກໄປ
เกี่ยวกับเพลงนี้ :
ພາບເຄື່ອນໄຫວ จาก TAIY AKARD ปล่อยเมื่อวันที่ 13 เม.ย. 2020. ฟังเพลง ພາບເຄື່ອນໄຫວ พร้อมทั้งเนื้อเพลงโดย TAIY AKARD, และ Olar Blackeyes. ดาวน์โหลด JOOX Application เพื่อฟังเพลง ພາບເຄື່ອນໄຫວ และ ดูมิวสิควีดีโอเพลง ພາບເຄື່ອນໄຫວ แบบ online ได้ทันที!
Tags ที่เกี่ยวข้อง :
ພາບເຄື່ອນໄຫວ (โดย TAIY AKARD), ພາບເຄື່ອນໄຫວ, ພາບເຄື່ອນໄຫວ มิวสิควีดีโอ, ພາບເຄື່ອນໄຫວ เนื้อเพลง, TAIY AKARD เพลง
เพลงที่คล้ายกัน
ความคิดเห็น สำหรับ เพลง ພາບເຄື່ອນໄຫວ (196)
❤️❤️

I got it
ມາແລ້ວ
h
🥰🥰👍👍
ເສົ້າຈິງໆ
ເຢ້!! ສຸດທ້າຍເພງລາວກໍມີໃນJooxດີໃຈຫຼາຍຍ~~❤️
ม่วนเนอะ 🐻
ງື້ໆໃນທີ່ສຸດກະຫາເຫັນ☺️
❤️🩹❤️🩹❤️🩹