收听K9P的ຄົນທຳມະດາ歌词歌曲

ຄົນທຳມະດາ

K9P, Bomble B, Air P2020年8月1日

ຄົນທຳມະດາ 歌词

ຄົນທຳມະດາ - K9P/Bomble B/Air P

Lyrics by:Sonemexai

Composed by:Sonemexai

ບໍ່ໄດ້ຫຼໍ່ຂາວໃສຄື oppa

ບໍ່ໄດ້ສູງຂາວຕິຄືດາຣາ

ເປັນພຽງຄົນທົ່ວໄປ ຄົນທຳມະດາ

ບໍ່ມີສິດພິຊິດໃຈເຈົ້າດອກໜາ

ບໍ່ໄດ້ຂີ່ລົດສະປອດທີ່ຫລູຫຼາ

ມີພຽງ PCX ຢີ້ ຫໍ້ Honda

ພະຍາຍາມເທົ່າໃດມັນກໍ່ບໍ່ມີຄ່າ

ມັນເສຍເວລາ ຂ້ອຍຕ້ອງຖອຍອອກມາ

ຂ້ອຍຕ້ອງຖອຍອອກມາ ຈະບໍ່ມີດອກນໍ້າຕາ

ເຈົ້າບອກວ່າຂ້ອຍບໍ່ມີຄ່າ ບໍ່ໄດ້ຢູ່ໃນສາຍຕາ

ຈັ່ງໃດຂ້ອຍກໍ່ບໍ່ຖືຊາ ກໍ່ເພາະຂ້ອຍຮັກເຈົ້າຫັ້ນລະ ໂອ

 

ອີ່ຫຼ້າຄຳແພງແກ້ມນ້ອງ ແດງອອງຕອງ

ຢາກໄດ້ເຈົ້າມາເປັນໄພ້ ຢາກໄດ້ມາເປັນຄູ່ຄອງ

ເພາະໃຈຂອງຂ້ອຍນັ້ນໝາຍປອງ ບໍ່ຢາກເປັນແຕ່ອ້າຍນ້ອງ

It's been too long ລະຫວ່າງເຮົາສອງຄົນ

ເພາະອ້າຍມັນຈົນເຈົ້າເລີຍບໍ່ສົນໃຈ

 

ມີແຕ່ລົດຈັກບໍ່ມີດອກລົດໃຫ່ຍ

ບໍ່ແປກໃຈທີ່ເຈົ້າບໍ່ເຄີຍທີ່ຈະສົນໃຈ

ເວົ້າມາແລ້ວມັນເຫຼືອໃຈ

 

ເຈົ້ານັ້ນມັກ oppa ແຕ່ໜ້າຂ້ອຍອົບໆ

ເຈົ້າມັກກິນພິດຊ່າ ແຕ່ຂ້ອຍມັກກິນໝົກກົບ

 

ຢາກໃຫ້ເຈົ້າມາລອງໄດ້ຄົບກັນ

ບໍ່ໄດ້ຫຼໍ່ຂາວໃສຄື oppa

ບໍ່ໄດ້ສູງຂາວຕິຄືດາຣາ

ເປັນພຽງຄົນທົ່ວໄປ ຄົນທຳມະດາ

ບໍ່ມີສິດພິຊິດໃຈເຈົ້າດອກໜາ

ບໍ່ໄດ້ຂີ່ລົດສະປອດທີ່ຫລູຫຼາ

 

ມີພຽງ PCX ຢີ້ ຫໍ້ Honda

 

ພະຍາຍາມເທົ່າໃດມັນກໍ່ບໍ່ມີຄ່າ

ມັນເສຍເວລາ ຂ້ອຍຕ້ອງຖອຍອອກມາ

ຂ້ອຍຮູ້ໂຕດີວ່າຂ້ອຍນັ້ນດີບໍ່ພໍ

ແຕ່ຂ້ອຍຈະຂໍໃຫ້ລໍໄດ້ຫຼືບໍ່

ບໍ່ແມ່ນລູກຜູ້ດີແຕ່ວ່າຮັກທີ່ດີ

ຂ້ອຍມີໃຫ້ເຈົ້າເປັນກອງໄວ້ຄອບຄອງ

Oh Baby ຂ້ອຍຄົນນີ້

 

ຖ້າວ່າທຽບເລື່ອງສັກສີຂ້ອຍຄົງ ບໍ່ດີເທົ່າເຈົ້າຢູ່ແລ້ວ

ຂ້ອຍຄົນທຳມະດາຮັກທີ່ດີຈຶ່ງບໍ່ມີລາຄາ

ໂຕຂອງເຈົ້ານັ້ນຢູ່ສູງໜັກໜາ

ຂ້ອຍເປັນພຽງດິນ ບໍ່ອາດທຽບເທິງຟ້າ ah

 

ຂ້ອຍມັນບໍ່ມີວາດສະໜາ

ຄົງທຳ ໄດ້ພຽງແຄ່ ຫຼັບຕາ

ເຈົ້າຄົງບໍ່ແນມກັບລົງມາຫາ

ແຕ່ຖ້າເວົ້າເລື່ອງໃຈ ແມ່ນໃຜກະທຽບກັບ ຂ້ອຍບໍ່ໄດ້ດອກ

ຢາກໃຫ້ເຈົ້າຮູ້ໄວ້ໂຕຂ້ອຍຮັກຈິງ ບໍ່ໄດ້ມາເພື່ອຫຼອກ

ທຸ້ມເທໝົດໃຈ ສຸດທ້າຍເຈົ້າບອກວ່າກິນບໍ່ໄດ້ດອກ

ຂ້ອຍກະຈອກ ຂ້ອຍບ້ານນອກ

 

ໂອ້ແມ່ນາງຄົນງາມໃຫ້ກຽດ ບໍ່ປຽບຂ້ອຍບໍ່ອາດຈະທຽບເຈົ້າ

ແມ້ແຕ່ທັກຖາມທາງ ພາຍໃນໃຈຍັງສັ່ນໄຫວ

ຂ້ອຍຍັງອາຍບໍ່ກ້າເວົ້າ ຄວາມຮັກແບບບໍ່ມີຫລັກການ

ເຖີງຈະແອບຮັກແຕ່ກະມີຫຼັກຖານ

ຮັກເຮົາຄືເສັ້ນຂະຫນານ

ເຖິງຈະຄຽງຂ້າງແຕ່ບໍ່ໄດ້ຮ່ວມທາງ

ບໍ່ໄດ້ຫຼໍ່ຂາວໃສຄື oppa

ບໍ່ໄດ້ສູງຂາວຕິຄືດາຣາ

ເປັນພຽງຄົນທົ່ວໄປ ຄົນທຳມະດາ

ບໍ່ມີສິດພິຊິດໃຈເຈົ້າດອກໜາ

ບໍ່ໄດ້ຂີ່ລົດສະປອດທີ່ຫລູຫຼາ

ມີພຽງ PCX ຢີ້ ຫໍ້ Honda

ພະຍາຍາມເທົ່າໃດມັນກໍ່ບໍ່ມີຄ່າ

ມັນເສຍເວລາ ຂ້ອຍຕ້ອງຖອຍອອກມາ

ອ້າຍມັນຄົນຈົນໆເລີຍ ບໍ່ເໝາະສົມກັບນາງຟ້າ

ເຖິງພະຍາຍາມໃຫ້ຕາຍພຽງໃດ

ສຸດທ້າຍເຈົ້າບໍ່ຄິດພິຈາລະນາ

ເຖິງບໍ່ໄດ້ເປັນແຟນ Ya

ຂໍແຕ່ພໍໄດ້ແຍງເຈົ້ານັ້ນຂີ່ Mustang

ສ່ວນອ້າຍມັນລົດອີ່ແຕ໋ນໄຖນາ

ຢ່າໆທຳແບບນີ້ ກໍ່ເພາະວ່າຂ້ອຍມັນຮັກເຈົ້າ My Shawty

When you say goodbye to me

ນໍ້າຕາຂອງຂ້ອຍກໍ່ໄຫຼອອກມາທັນທີ

 

ຂ້ອຍຂໍໂທດທີ່ບໍ່ມີຄືໃຜ ມີສິ່ງດຽວມີແຕ່ຄວາມຈິງໃຈ

I am try to be your man

ຢາກຈະໄດ້ເຈົ້າມາຄວງແຂນ ຢາກຈະໄດ້ເຈົ້າມາເປັນແຟນ

ກະທຳໄດ້ພຽງແຕ່ແນມ ແນມມມ

 

I was the one who loved you

 

Even though you gave me

A thousand reasons not to

 

ເຖີງຈັ່ງໃດກໍ່ຕາມ I just want let you know