Listen to ຖ້າຕ້ອງການ song with lyrics from BLACKEYES

ຖ້າຕ້ອງການ

BLACKEYES31 May 2021

ຖ້າຕ້ອງການ Lyrics

ເຖິງແມ່ນໃຈບໍ່ຕ້ອງການ

ແຕ່ກໍ່ຈະຍອມໃຫ້ຮັກເຮົາຈົບໄປເທົ່ານີ້

ຍອມໃຫ້ເຈົ້າຈາກໄປ

ກັນນ້ຳຕາເອົາໄວ້

ບໍ່ໃຫ້ໄຫຼອອກມາ

ເມື່ອເຈົ້າບໍ່ຕ້ອງການ

ສິ່ງທີ່ມີໃນວັນນີ້ໝົດຄວາມໝາຍ

ແລະທຸກໆລົມຫາຍໃຈຂອງເຈົ້າໃນຕອນນີ້

ປ່ຽນເປັນເຂົາ

ຄືຄົນທີ່ເຈົ້າຕ້ອງການ

ທີ່ດີພ້ອມໃນທຸກໆສິ່ງ

ຄືຄວາມເປັນຈິງທີ່ໂຫດຮ້າຍ

ທຳລາຍຫົວໃຈ

ເມື່ອເຈົ້າມາຂໍລາໄປ

ໝົດຫົນທາງທີ່ຈະຂວາງເຈົ້າເອົາໄວ້

ຕໍ່ໃຫ້ຮັກເຈົ້າພຽງໃດ

ກໍ່ບໍ່ອາດຈະຫ້າມໃຈ

ຍອມປ່ອຍໃຫ້ເຂົາພາເຈົ້າໄປ

ຍອມທໍລະມານຫົວໃຈ

ຊາຍຄົນນີ້

ຖ້າເຈົ້າຕ້ອງການ

ຄືຄົນທີ່ເຈົ້າຕ້ອງການ

ທີ່ດີພ້ອມໃນທຸກໆສິ່ງ

ຄືຄວາມເປັນຈິງທີ່ໂຫດຮ້າຍ

ທຳລາຍຫົວໃຈ

ເມື່ອເຈົ້າມາຂໍລາໄປ

ໝົດຫົນທາງທີ່ຈະຂວາງເຈົ້າເອົາໄວ້

ຕໍ່ໃຫ້ຮັກເຈົ້າພຽງໃດ

ກໍ່ບໍ່ອາດຈະຫ້າມໃຈ

ຍອມປ່ອຍໃຫ້ເຂົາພາເຈົ້າໄປ

ຍອມທໍລະມານຫົວໃຈ

ຊາຍຄົນນີ້

ໝົດຫົນທາງທີ່ຈະຂວາງເຈົ້າເອົາໄວ້

ຕໍ່ໃຫ້ຮັກເຈົ້າພຽງໃດ

ເຈົ້າກໍ່ຄົງຈະຕ້ອງໄປ

ເພາະວ່າມັນຄືຄວາມພໍໃຈທີ່ເຈົ້າຕ້ອງການ

ເຖິງມັນທໍລະມານ

ໃຫ້ເຈັບແບບນີ້

 

ກໍ່ຍອມໃຫ້ໄປຖ້າຕ້ອງການ

Popular Songs

Comments for ຖ້າຕ້ອງການ (3)

Tk
Tk

👍🏻👍🏻😁😊

จะเข้า2023แล้ว ยังฟัง☺️

Tom_Diamond
Tom_Diamond

จะเข้า2023แล้ว ยังฟัง☺️

ຕຳນານ ກະຄື ຕຳນານ

Tk
Tk

ຕຳນານ ກະຄື ຕຳນານ