Listen to ຮັກບ້າອີ່ຫຍັງ? song with lyrics from TAIY AKARD

ຮັກບ້າອີ່ຫຍັງ?

TAIY AKARD22 Aug 2026

ຮັກບ້າອີ່ຫຍັງ? Lyrics

Verse 1

ເຈົ້າ..

ໃຫ້ເຂົາໄປໝົດແລ້ວ

ເຂົາເອົາໄປໝົດແລ້ວ

ທຸກສິ່ງທີ່ເຄີຍສ້າງມາດ້ວຍກັນ

ຮ່າງກາຍ

ເຈົ້າເປັນຂອງເຂົາແລ້ວ

ເຂົາເອົາໄປໝົດແລ້ວ

ບໍ່ເຫຼືອສິ່ງໃດເອົາໄວ້

 

Pre

ມີພຽງຄວາມວ່າງເປົ່າ

ໃນແວວຕາຂອງເຈົ້າ

ມອງເລິກລົງໄປເທົ່າໃດກໍ່ຍິງເຈັບຊ້ຳ

ເຫັນພຽງຄວາມວ່າງເປົ່າ

ໃນຫົວໃຈຂອງເຈົ້າ

ຍິ່ງກອດເຈົ້າແໝ້ນເທົ່າໃດກໍ່ຍິ່ງຮັບຮູ້

 

Chorus

ນີ້ຄວາມຮັກບ້າອີ່ຫຍັງ

ຍິ່ງຮັກຍິ່ງເຈັບຊ້ຳ

ຍິ່ງຮັກກໍ່ຍິ່ງເສຍໃຈ

ທຸ້ມເທເທົ່າໃດ

ສຸດທ້າຍຍັງຖືກຫັກຫຼັງ

ຍັງພົບແຕ່ຄວາມຜິດຫວັງ

ຍັງພົບແຕ່ຄວາມເສຍໃຈ

ຮັກເຈົ້າແທບບຕາຍ

ສຸດທ້າຍເສຍໃຈຢູ່ຝາຍດຽວ

 

Verse 2

ຮັກ ....

ຂ້ອຍຮັກເຈົ້າໝົດຫົວໃຈ

ໃຫ້ເຈົ້າໄປໝົດບໍ່ເຫຼືອໄວ້

ຢາກຢູ່ກັບເຈົ້າແສນນານເທົ່ານານ

ແຕ່ມັນບໍ່ແມ່ນສິ່ງທີ່ເຈົ້າຕ້ອງການ

ທຸກຢ່າງເລີຍກາຍເປັນພຽງຝັນ

ເມື່ອໃຈເຈົ້າມີແຕ່ເຂົາ

 

ຊ້ຳ....

 

Bridge

ຂ້ອຍມັນບໍ່ແມ່ນຄົນທີ່ເຈົ້ານັ້ນຕ້ອງການ

ເຂົາຕ່າງຫາກເປັນຄົນທີ່ເຈົ້າຢາກໃຫ້ຢືນຢູ່ປາຍທາງ

ຂ້ອຍເປັນພຽງທາງຜ່ານ

ພຽງເທົ່ານັ້ນ... ເປັນໄດ້ພຽງເທົ່ານັ້ນ.....

 

ຊ້ຳ.....

 

Chorus

ນີ້ຄວາມຮັກບ້າອີ່ຫຍັງ

ຍິ່ງຮັກຍິ່ງເຈັບຊ້ຳ

ຍິ່ງຮັກກໍ່ຍິ່ງເສຍໃຈ

ທຸ້ມເທເທົ່າໃດ

ສຸດທ້າຍຍັງຖືກຫັກຫຼັງ

ຍັງພົບແຕ່ຄວາມຜິດຫວັງ

ຍັງພົບແຕ່ຄວາມເສຍໃຈ

ຮັກເຈົ້າແທບບຕາຍ

ສຸດທ້າຍເສຍໃຈຢູ່ຝາຍດຽວ

Popular Songs

Comments for ຮັກບ້າອີ່ຫຍັງ? (1)

Vila Phommalinh
Vila Phommalinh

❤️